ການພົວພັນ ແລະ ຮ່ວມມືສາກົນ

 

* ການພົວພັນ ແລະ ຮ່ວມມືສາກົນ

ອົງ​ການ​ກາ​ແດງແຫ່ງຊາດ​ລາວ ພົວ​ພັນ ແລະ ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ວຽກ​ງານ​ກາ​ແດງ ດ້ວຍ​ການອອກ​ແຮງຊອກ​ຮູ້​ບົດ​ຮຽນ​ທີ່ເປັນ​ປະ​ໂຫຍດ, ​ຂົນ​ຂວາຍແຫຼ່ງທຶນ​, ວັດ​ຖູ​ປະ​ກອນ, ເຕັກ​ນິກ ແລະ ການ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ ເພື່ອ​ນຳ​ໃຊ້ເຂົ້າ​ໃນ​ວຽກ​ງານ​ຂອງ​ຕົນ ໃຫ້​ມີ​ປະ​ສິດ​ທິ​ພາບ ລວມ​ທັງ​ການ​ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນ​ຕໍ່​ສາ​ກົນ.

 

ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງການ​ກາ​ແດງ​ຂອງ​ຕ່າງ​ປະ​ເທດ ​ແລະ ຄົນ​ຕ່າງ​ປະ​ເທດ ຈະສາມາດ​​ເຄື່ອນ​ໄຫວ​ວຽກ​ງານ​ກາ​ແດງ ຢູ່ ສ​ປ​ປ ລາວ ໄດ້ກໍຕໍ່ເມື່ອ​ໄດ້​ຮັບ​ອະ​ນຸ​ຍາດຈາກ​ລັດ​ຖະ​ບານຂອງ ສປປ ລາວ ​ແລະ ຕ້ອງປະ​ຕິ​ບັດ​ຕາມ​ກົດ​ໝາຍ ແລະ ຮີດ​ຄອງ​ປະ​ເພ​ນີ ຂອງ ສ​ປ​ປ ລາວ.

 

​ລັດ​ຖະ​ບານ ​ແຫ່ງ ສ​ປ​ປ ລາວ ສະໜັບສະໜູນ ​ແລະ ອຳນວຍຄວາມສະດວກ ໃຫ້ອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມການຊ່ວຍເຫຼືອກູ້ໄພ ໃນລະດັບພາກພື້ນ ແລະ ສາກົນ ບົນພື້ນຖານ​ຂະ​ບວນ​ການ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ​ສາ​ກົນ, ກົດ​ໝາຍ ແລະ ຮີດຄອງປະເພນີຂອງປະເທດທີ່​ກ່ຽວຂ້ອງ.

 

 


 

 

ກອງປະຊຸມ
ຖານຂໍ້ມູນອາສາສະໝັກອົງການກາແດງລາວ
Facebook ອົງການກາແດງແຫ່ງຊາດລາວ
Facebook ສະຖາບັນເລືອດແຫ່ງຊາດ
ລົງທະບຽນ ອາສາສະໝັກ ບໍລິຈາກເລືອດ
ແລກປ່ຽນຄຳຄິດເຫັນ
ຜູ້ເຂົ້າຊົມ