ອົງການກາແດງສະວິດ ມອບລົດ 3 ຄັນ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຈາກເລືອດ

15/09/2023

ອົງການກາແດງສະວິດ ມອບລົດ 3 ຄັນ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຈາກເລືອດ

 

ອົງການກາແດງສະວິດ ມອບລົດຕູ້ 3 ຄັນ ໃຫ້ອົງການກາແດງແຫ່ງຊາດລາວ ຊຶ່ງພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 5 ກັນຍາ ນີ້ ທີ່ອົງການກາແດງແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໂດຍເປັນກຽດກ່າວມອບ ຂອງ ທ່ານນາງ ບີນີຕ່າ ໂປ່ເດ໋ວ ຜູ້ຕາງໜ້າອົງການກາແດງສະວິດ ປະຈໍາ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໂດຍຊ້ອງໜ້າພະຍານ ທັງສອງຝ່າຍ ພ້ອມກັນນັ້ນກໍມີຜູ້ຕາງໜ້າບັນດາຫ້ອງການ, ສະຖາບັນເລືອດແຫ່ງຊາດ, ກາແດງແຂວງຫຼວງພະບາງ, ກາແດງແຂວງສາລະວັນ ແລະ ພະແນກການຂອງອົງການກາແດງແຫ່ງຊາດລາວໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ. ລົດຕູ້ຈໍານວນ 3 ຄັນນີ້ ລວມເປັນມູນຄ່າທັງໝົດ 95.100 ໂດລາ ເພື່ອມອບໃຫ້ແກ່ສະຖາບັນເລືອດແຫ່ງຊາດ, ສູນເລືອດແຂວງສາລະວັນ ແລະ ສູນເລືອດແຂວງຫຼວງພະບາງ ເພື່ອນໍາໃຊ້ເຂົ້າໃນວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ພາຍໃຕ້ໂຄງການສະໜັບສະໜູນການພັດທະນາວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ, ສະໜັບສະໜູນທຶນຈາກອົງການກາແດງສະວິດ.
 
ໂອກາດດັ່ງກ່າວ, ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສູງຕໍ່ທ່ານ ນາງ ບີນີຕ່າ ໂປ່ເດ໋ວ ກໍຄືອົງການກາແດງສະວິດ ທີ່ໃຫ້ການຮ່ວມມືສະໜັບສະໜູນທຶນຊ່ວຍເຫຼືອວຽກງານເລືອດ ຊຶ່ງຈະເຮັດໃຫ້ວຽກງານເລືອດມີຄວາມສະດວກ, ມີປະສິດທິພາບຂຶ້ນ ແລະ ຈັດຕັ້ງປະຕິບັດຕົວຊີ້ວັດໂຄງການໃຫ້ສໍາເລັດຕາມແຜນທີ່ວາງໄວ້.
 
 

 

ກອງປະຊຸມ
ຖານຂໍ້ມູນອາສາສະໝັກອົງການກາແດງລາວ
Facebook ອົງການກາແດງແຫ່ງຊາດລາວ
Facebook ສະຖາບັນເລືອດແຫ່ງຊາດ
ລົງທະບຽນ ອາສາສະໝັກ ບໍລິຈາກເລືອດ
ແລກປ່ຽນຄຳຄິດເຫັນ
ຜູ້ເຂົ້າຊົມ