ອົງການກາແດງແຂວງບໍ່ແກ້ວ,ໄດ້ຮັບເຄື່ອງອຸປະກອນການແພດຈາກນັກທຸລະກິດໄທ

15/09/2023

ອົງການກາແດງແຂວງບໍ່ແກ້ວ,ໄດ້ຮັບເຄື່ອງອຸປະກອນການແພດຈາກນັກທຸລະກິດໄທ

 

ອົງການກາແດງແຂວງບໍ່ແກ້ວ,ໄດ້ຮັບເຄື່ອງອຸປະກອນການແພດຈາກນັກທຸລະກິດໄທ ຈໍານນ 7 ລາຍການ ມູນຄ່າ 214.527.774 ກວ່າກີບ.
 
# ເພື່ອຕອບສະໜອງ ຄວາມຮຽກຮອງຕ້ອງການ ດ້ານອຸປະກອນການແພດ ທີ່ຈໍາເປັນໃນການຊ່ວຍເຫຼື່ອຄົນເຈັບ ຈາກການເກີດອຸປະຕິເຫດ ຢູ່ຕາມທ້ອງຖະໜົນຫຼວງ.ໄດ້ມີ ຄອບຄົວຂອງທ່ານ ນາງ ລືໄທພັດທະຣະ ມີໄຊ ແລະ ຄອບຄົວຂອງ ທ່ານ ຊານເລີດ ປະເສີດພາກອນ ນັກທຸລະກິດ ຈັງຫວັດຊຽງຮາຍ ປະເທດໄທ ເຫັນໄດ້ຄວາມສໍາຄັນ. ໄດ້ນໍາເອົາເຄື່ອງອຸປະກອນການແພດຈໍານວນ 07 ລາຍການ ລວມມີ: ເຄື່ອງຕັດຖາງລະບົບໄຫໂດຮລິກຊຸດໃຫຍ່ 1 ຊຸດ, ຕຽງເຄື່ອນຍ້າຍຄົນເຈັບ 1 ຊຸດ,ຖັງອົກຊີແບບພົກພາພ້ອມອຸປະກອນ 2 ຖັງ,ຊຸດມືຄຸມຍາກາດຊະນິດດາມແຂນ-ຂາ ພ້ອມກະເປົາຈັດເກັບລຸ້ນ 2 ຊຸດ,ເຄື່ອງດັບເພີງເຄມີແຫ້ງ 15 ປ່ອນ 2 ຖັງ,ຖົງຊີບບັນຈຸຮຸ່ນຕົວ U ໜ້າໃສສາມາດຮັບນໍ້າໜັກໄດ້ 100 ກິໂລຂຶ້ນໄປ 24 ຖົງ, ຜ້າຂາວຫໍ່ສົບໜ້າກວ້າງ 90 ຊັງຕີແມັດ 5 ຊຸດ ແລະ ເຄື່ອງປະຖົມພະຍາບານຕ່າງໆ: ຖົງມີ,ຜ້າກອມແປັດ,ນ້ຳຢາPovidine,ຜ້າບັ້ງຢືດ,ສຳລີມ້ວນ,ຜ້າປິດປາກ.ລວມມູນຄ່າທັງໝົດ 214.525.774.995 ກີບ (ສອງຮ້ອຍສິບສີ່ລ້ານ ຫ້າແສນ ກວ່າ ກີບ)
 
# ພິທີ ມອບ-ຮັບ ແມ່ນໄດ້ຈັດຂຶ້ນຢູ່ທີ່ດ່ານຂົວມິດຕະພາບ 4 ເບື່ອງໄທ ໃນຕ່ອນບ່າຍຂອງວັນທີ 4 ກັນຍາ 2023 ນິ້່.ຮັບເຄື່ອງດັ່ງກ່າວໂດຍແມ່ນ ທ່ານ ຫົງແກ້ວ ວິໄນວົງ ເຈົ້າເມືອງຫ້ວຍຊາຍ.ມີບັນດາພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ແລະ ພະນັກງານ ອາສາໜ່ວຍກູ້ໄພສຸກເສີນແຂວງບໍ່ແກ້ວເຂົ້າຮ່ວມ.ພ້ອມທັງສະແດງຄວາມຂອບໃຈແລະ ຮູ້ບຸນຄຸນມາຍັງ ທາງຄອບຄົວຂອງທ່ານ ນາງ ລືໄທພັດທະຣະ ມີໄຊ ແລະ ຄອບຄົວຂອງ ທ່ານ ຊານເລີດ ປະເສີດພາກອນ ນັກທຸລະກິດໄທ ທີ່ເຫັນໄດ້ຄວາມສໍາຄັນແລະຫຍຸ້ງຍາກຂາດເຂີນດ້ານອຸປະກອນຮັບໃຊ້ ເພື່ອນໍາໃຊ້ເຂົ້າໃນການຊ່ວຍເຫຼື່ອຄົນເຈັບ ຈາກການເກີດອຸປະຕິເຫດ ຢູ່ທຸກພື້ນທີໃຫ້ທ່ວງທັນກັບເວລາ ຫລີກລ້ຽງການເສຍຊິວິດ ແລະ ຈະປົກປັກຮັກສາ ນໍາໃຊ້ເຄື່ອງດັ່ງກ່າວໃຫ້ໄດຮັບຜົນປະໂຫຍດສູງສຸດ.ຈາກນັ້ນ;ໄດ້ມອບໃບຍ້ອງຍໍຂອງທ່ານຮອງເຈົ້າແຂວງ ແລະ ໃບຂອບໃຈ ຂອງອົງການກາແດງແຂວງບໍ່ແກ້ວ ໃຫ້ແກ່ຜູ້ທີ່ມີໃຈສັດທາປະກອນສ່ວນດ້ານອຸປະກອນການແພດ,ເພື່ອສະແດງຄວາມສັນລະເສີນຜົນງານ ແລະ ຄຸນງາມ ຄວາມດີໄວ້ຕະຫຼອດໄປ.
 

 

 

ກອງປະຊຸມ
ຖານຂໍ້ມູນອາສາສະໝັກອົງການກາແດງລາວ
Facebook ອົງການກາແດງແຫ່ງຊາດລາວ
Facebook ສະຖາບັນເລືອດແຫ່ງຊາດ
ລົງທະບຽນ ອາສາສະໝັກ ບໍລິຈາກເລືອດ
ແລກປ່ຽນຄຳຄິດເຫັນ
ຜູ້ເຂົ້າຊົມ